ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຕິບັດ​ການ​ປາບ​ປາມ​ກຸ່ມ​ຮາ​ມັດ ​ໃນ​ເຂດ​ແຫຼມ​ກາ​ຊາ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່

     ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງານ ​ວັນ​ທີ 30 ຕຸລາ​ນີ້​ວ່າ: ທ່ານ Yoav Gallant ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ ອິດ​ສະ​ຣາ​ແອນ
ໄດ້​ໃຫ້​ຮູ້​ວ່າປະຕິບັດ​ການ​ປາບ​ປາມ​ກຸ່ມ​ຮາ​ມັດ ຢູ່​ເຂດ​ແຫຼມ ກາ​ຊາ ໄດ້​ກ້າວ​ເຂົ້າ​ສູ່​ໄລຍະໃໝ່ ພາຍຫຼັງ​ທີ່​ກອງທັບ ອິດ​ສະ​ຣາ​ແອນ ໄດ້​ດຳເນີນ
​ການ​ປາບ​ປາມ​ກຸ່ມ​ດັ່ງກ່າວ​ທັງ​ທາງບົກ ແລະ ໃຕ້​ດິນ​ໃນ​ຕອນ​ຄ່ຳ​ຂອງວັນ​ທີ 27 ຕຸລາ ທີ່​ຜ່ານ​ຢ່າງ​ຕໍ່​ເນື່ອງ ແລະ ປະຕິບັດ​ການ​ດັ່ງກ່າວ​ຍັງ​ຈະ
​ສືບຕໍ່​ດຳເນີນ​ໄປ​ຈົນ​ກວ່າ​ຈະ​ມີ​ຄຳ​ສັ່ງ​ໃໝ່.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ປະຕິບັດ​ການ​ປາບ​ປາມ​ກຸ່ມ​ຮາ​ມັດ ໃນ​ເຂດ​ແຫຼມ​ກາ​ຊາ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 27 ຕຸລາ 2023 ທີ່​ຜ່ານ​ມາ​ຂອງ ອິດ​
ສະ​ຣາ​ແອນ ໄດ້​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຫຼາຍ​ດ້ານ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໂດຍ​ສະເພາະ​ແມ່ນ ປະຊາຊົນ​ຂາດ​ທີ່ຢູ່​ອາໄສ.

     ນັບ​ແຕ່​ວັນ​ທີ 07 ຕຸລາ ທີ່​ຜ່ານ​ມາ, ທີ່​ອິດ​ສະ​ຣາ​ແອນ ເລີ່ມ​ດຳເນີນ​ປະຕິບັດ​ການ​ປາບ​ປາມ​ກຸ່ມ​ຮາ​ມັດ​ໃນ​ເຂດ​ແຫຼມ​ກາ​ຊາ ມາ​ຮອດ​ປະຈຸ​ບັນ​
ມີ​ຄົນ​ເສຍ​ຊີວິດ​ຫຼາຍ​ກວ່າ 7.703 ຄົນ, ໃນ​ນັ້ນ​ມີ​ເດັກນ້ອຍ 3.500 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/10/2023